ສູນບໍລິຫານລັດດ້ວຍເອເລັກໂຕຣນິກ (ສລອ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານປະຊຸມສໍາມະນາ ກ່ຽວກັບ ການແລກປ່ຽນບົດຮຽນດ້ານໄອຊີທີ ຮ່ວມກັບ ອົງການ National Information Society Agency (NIA), ສ. ເກົາຫຼີ. ໃນຫົວຂໍ້ “ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ແບບດີຈີຕອນ (Strategies for Socio-Economic Development Through Digital Transformation in Lao PDR)” ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 26 ຕຸລາ 2021 ຢູ່ ໂຮງແຮມ ລາວພລາຊາ ແລະ ຜ່ານທາງລະບົບກອງປະຊຸມທາງໄກ. ໂດຍການເປັນປະທານຮ່ວມ ຕາງໜ້າຈາກຝ່າຍລາວແມ່ນ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກຝ່າຍ ສ. ເກົາຫຼີ ແມ່ນ ທ່ານ Jaeho Lee ຮອງປະທານ ຂອງອົງການ NIA. ເຊິ່ງມີຜູ້ເຂົ້າຮ່ວມ: ຕາງໜ້າຈາກ ບັນດາກົມ/ທຽບເທົ່າ ພາຍໃນ ກະຊວງ ຕສ, ອົງການ Korea International Cooperation Agency (KOICA), ອົງການໄອຍະການປະຊາຊົນສູງສຸດ, ຕາງໜ້າຈາກ 09 ກະຊວງກ່ຽວຂ້ອງ, ອົງການຈັດຕັ້ງພາກລັດຕ່າງໆ ແລະ ຈາກຝ່າຍຂອງ ສ. ເກົາຫຼີ, ເຂົ້າຮ່ວມລວມທັງໝົດຈຳນວນ 50 ທ່ານ.
ອ່ານເພີ່ມ