ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ກອງປະຊຸມສໍາມະນາ ການສ້າງຄວາມອາດສາມາດໃນການບໍລິຫານລັດດິຈິຕອນ  (Workshop on Whole-of-Government Approach and GovStack)

18/05/2023

ກອງປະຊຸມສໍາມະນາ ການສ້າງຄວາມອາດສາມາດໃນການບໍລິຫານລັດດິຈິຕອນ (Workshop on Whole-of-Government Approach and GovStack)

ໃນລະຫວ່າງວັນທີ 17–18 ພຶດສະພາ 2023 ຜ່ານມາ ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໄດ້ຈັດກອງປະຊຸມສໍາມະນາການສ້າງຄວາມອາດສາມາດໃນການບໍລິຫານລັດດິຈິຕອນ (Workshop on Whole-of-Government Approach and GovStack) ທິ່ ໂຮງແຮມ ຄຣາວພລາຊ່າ ນະຄອນຫຼວງວຽງຈັນ.

ອ່ານ​ເພີ່ມ

 

ກອງປະຊຸມສໍາມະນາ ການສ້າງຄວາມອາດສາມາດໃນການຄຸ້ມຄອງຂໍ້ມູນ  (Capacity Development and Consultation Workshop on Lao PDR National Data Governance Framework

11/05/2023

ກອງປະຊຸມສໍາມະນາ ການສ້າງຄວາມອາດສາມາດໃນການຄຸ້ມຄອງຂໍ້ມູນ (Capacity Development and Consultation Workshop on Lao PDR National Data Governance Framework

ໃນຕອນເຊົ້າ ຂອງວັນທີ 11 ພຶດສະພາ 2023, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການສະຫະປະຊາຊາດ ໜ່ວຍງານ ເສດຖະກິດ ແລະ ສັງຄົມ (UNDESA) ໄດ້ຈັດກອງປະຊຸມສຳມະນາ ການສ້າງຄວາມອາດສາມາດໃນການຄຸ້ມຄອງ ຂໍ້ມູນ (Capacity Development and Consultation Workshop on Lao PDR National Data Governance Framework) ທີ່ ໂຮງແຮມ ຄຣາວພລາຊ່າ, ໂດຍການໃຫ້ກຽດ ກ່າວເປີດ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ປະທານຮ່ວມໂດຍ ທ່ານ ນາງ Sara Sekkenes (ຊາລາ ເຊັກເກີເນັດ) ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປລາວ, ມີຜູ້ຕາງໜ້າເຂົ້າຮ່ວມຈາກ ບັນດາຊ່ຽວຊານ ຈາກ ອົງການ UNDESA, ສິງກະໂປ, ສ.ເກົາຫຼີ, ບັນດາກົມທຽບເທົ່າ, ບັນດາກະຊວງ ອ້ອມຂ້າງ, ແລະ ບັນດາ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ປະຈຳແຂວງ ທົ່ວປະເທດ ຈຳນວນ 80 ກວ່າທ່ານ.

ອ່ານ​ເພີ່ມ

 

ກອງປະຊຸມສຳມະນາ ແລະ ຝຶກອົບຮົມການນໍາໃຊ້ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ( Government Laopedia )  04 ແຂວງພາກໃຕ້ ທີ່ແຂວງ ອັດຕະປື

28/02/2023

ກອງປະຊຸມສຳມະນາ ແລະ ຝຶກອົບຮົມການນໍາໃຊ້ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ( Government Laopedia ) 04 ແຂວງພາກໃຕ້ ທີ່ແຂວງ ອັດຕະປື

ໃນວັນທີ 28 ກຸມພາ 2023 ທີ່ຜ່ານມານີ້, ເວລາ 8:30 ໂມງ, ທີ່ຫ້ອງປະຊຸມຫ້ອງວ່າການແຂວງອັດຕະປື, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາວຽກງານການພັດທະນາລັດຖະບານດິຈິຕອນ ແລະ ຝຶກອົບຮົມການນໍຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ ( Government Laopedia ), ໂດຍການເປັນປະທານຮ່ວມ ຂອງ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຂັນທອງ ຍີ້ນດາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ 04 ແຂວງພາກໃຕ້ ແລະ ບັນດາພະແນກການ ແລະ ອົງການຈັດຕັ້ງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ: 97 ທ່ານ.

ອ່ານ​ເພີ່ມ

 

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ  ຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມການນໍາໃຊ້ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ( Government Laopedia )

27/01/2023

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມການນໍາໃຊ້ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ( Government Laopedia )

ໃນວັນທີ 26 ມັງກອນ 2023ທີ່ຜ່ານມານີ້, ເວລາ 8:00 ໂມງ, ທີ່ຫ້ອງປະຊຸມໃຫຍ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມການນໍຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ ( Government Laopedia ), ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄອນໄຊ ສະຕິ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ຊື່ງມີແຂກຖືກເຊີນຈາກ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ 8 ແຂວງພາກເໜືອ ແລະ ບັນດາພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ: 70 ທ່ານ.

ອ່ານ​ເພີ່ມ

 

ກອງປະຊຸມເຜີຍແຜ່ເອກະສານກຳມະບານ ແລະ ພິທີສະຫລຸບຜົນການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ແລະ ແຜນຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂອງກໍາມະບານຮາກຖານ ສູນບໍລິຫານລັດດິຈິຕອນ.

29/09/2022

ກອງປະຊຸມເຜີຍແຜ່ເອກະສານກຳມະບານ ແລະ ພິທີສະຫລຸບຜົນການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ແລະ ແຜນຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂອງກໍາມະບານຮາກຖານ ສູນບໍລິຫານລັດດິຈິຕອນ.

ໃນວັນທີ 29 ກັນຍາ 2022 ເວລາ 08: 30 ໂມງ, ກຳມະບານຮາກຖານ ສູນບໍລິຫານລັດດິຈິຕອນ (ສລດ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກຳມະບານ ແລະ ພິທີສະຫລຸບຜົນການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ແລະ ແຜນຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂອງກໍາມະບານຮາກຖານ ສູນບໍລິຫານລັດດິຈິຕອນ, ຂື້ນທີ່ ຕຶກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊັ້ນ 04 (ເຂດຮົ້ວ ສນຍ), ໂດຍການ ເປັນປະທານ ຂອງ ສະຫາຍ ປອ ທະວີສັກ ມະໂນທັມ ຄະນະພັກກະຊວງ ເຕັກໂນໂລຊີແລະ ການສື່ສານ, ເລຂາໜວ່ຍພັກສູນບໍລິຫານລັດດິຈິຕອນ, ສະຫາຍ ຄຳຜາຍ ອິນທະຣາ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ຕສ, ສະຫາຍ ພູຊະນະ ສິລົງວົງ ປະທານກຳມະບານຮາກຖານ ສລດ, ໂດຍມີຜູ້ເຂົ້າຮ່ວມຈາກຫົວໜ້າໜ່ວຍສະຫະພັນແມ່ຍິງ ສລດ, ເລຂາໜ່ວຍຊາວໜຸ່ມ ສລດ, ມາຊິກກຳມະບານຮາກຖານ ສູນບໍລິຫານລັດດິຈິຕອນ ແລະ ແຂກ ອອ້ມຂ້າງ ກະຊວງ ຕສ ລວມທັງໝົດ ຈຳນວນ 42 ທ່ານ.

ອ່ານ​ເພີ່ມ

 

ສູນບໍລິຫານລັດດິຈິຕອນ ໄດ້ເປີດຊຸດຝຶກອົບຮົມ ການຕິດຕັ້ງ, ຄຸ້ມຄອງ ແລະ ນໍາໃຊ້ລະບົບເວັບໄຊທ໌ ຂອງພາກລັດ G-web Platform V2 ໃຫ້ແກ່ບັນດາກົມພາຍໃນກະຊວງ ຕສ

08/09/2022

ສູນບໍລິຫານລັດດິຈິຕອນ ໄດ້ເປີດຊຸດຝຶກອົບຮົມ ການຕິດຕັ້ງ, ຄຸ້ມຄອງ ແລະ ນໍາໃຊ້ລະບົບເວັບໄຊທ໌ ຂອງພາກລັດ G-web Platform V2 ໃຫ້ແກ່ບັນດາກົມພາຍໃນກະຊວງ ຕສ

ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຊຸດຝຶກອົບຮົມ ການຕິດຕັ້ງ, ຄຸ້ມຄອງ ແລະ ນໍາໃຊ້ລະບົບເວັບໄຊທ໌ ຂອງພາກລັດ G-web Platform V2 ໃຫ້ແກ່ພະນັກງານ ບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານຂອງ ທ່ານ ນາງ ຈິດຕະພອນ ຈັນສິລິລາດ ຮອງຫົວໜ້າ ສລດ, ແລະ ມີຜູ້ເຂົ້າຮ່ວມຈໍານວນທັງໝົດ 26 ທ່ານ, ຍິງ 05 ທ່ານ.

ອ່ານ​ເພີ່ມ

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ